ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊຽງຂວາງເປັນເຈົ້າພາບເປີດກອງປະຊຸມວຽກງານເຮັດ
ໃຫ້ສະພາບມີຄວາມສະຫງົບ ພາຍ​ໃນ 5 ແຂວງ ເຂດໃຈກາງ ປະຈຳປີ 2023


ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

    ກອງປະຊຸມວຽກງານເຮັດໃຫ້ສະພາບມີຄວາມສະຫງົບ 5 ແຂວງ ເຂດໃຈກາງ ປະຈຳປີ 2023 ແລະ ວາງທິດທາງແຜນການປີ 2024
ທີ່ກອງບັນຊາການທະຫານແຂວງຊຽງຂວາງ ເປັນເຈົ້າພາບໄດ້ຈັດຂຶ້ນໃນວັນທີ 29 ມີນາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນ
ຕີ ວັນທອງ ບຸດຕະວົງ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຕາງໜ້າສອງກະຊວງ ປກຊ-ປກສ,
5 ແຂວງຊຽງຂວາງ, ຫຼວງພະບາງ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ ແລະ ກອງພົນທີ1, ມີກຳລັງຫຼວງ, ກຳລັງທ້ອງຖິ່ນ ເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນຊູ ໄຊລາສີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ສະຫຼຸບວຽກງານເຮັດໃຫ້ສະພາບ
ມີຄວາມສະຫງົບປະຈຳປີ 2023 ແລະ ວາງທິດທາງແຜນການໃນຕໍ່ໜ້າ. ຈາກນັ້ນຄະນະພັກ-ຄະນະບັນຊາແຕ່ລະກົມກອງ ໄດ້ຜັດປ່ຽນກັນ
ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກງານເຮັດໃຫ້ສະພາບມີຄວາມສະຫງົບຂອງກົມກອງຕົນ, ຕີລາຄາການຈັດຕັ້ງປະຕິບັດ, ຜົນ
ໄດ້ຮັບ ແລະ ຂໍ້ຄົງຄ້າງ ແລະ ພ້ອມກັນຄົ້ນຄວ້າທິດທາງແຜນການຈຸດສຸມ ເພື່ອວາງມາດຕະການແກ້ໄຂຄວາມບໍ່ສະຫງົບ ແລະ ບັນດາປະກົດ
ການຫຍໍ້ທໍ້ຕ່າງໆ ໃນປີ 2024.

     ໂອກາດດັ່ງກ່າວ, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ຮຽກຮ້ອງມາຍັງສອງກະຊວງ ປກຊ-ປກສ, ບັນດາຄະນະພັກ-ຄະນະບັນຊາ ແຕ່
ລະກົມກອງ ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ບັນລຸຄາດໝາຍ, ເອົາໃຈໃສ່ສືບຕໍ່ເຮັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ
ຫງົບ, ເຄື່ອນໄຫວລາດຕະເວນຂອບເຂດກົມກອງຮັບຜິດຊອບ, ຈັດຕັ້ງລະບົບປະຈຳການ 3 ຂັ້ນໃຫ້ເຂັ້ມງວດ, ພ້ອມກັນເຄື່ອນໄຫວຕ້ານ-ສະ
ກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນ ຮັບປະກັນເຮັດໃຫ້ຂອບເຂດຮັບຜິດຊອບ ມີຄວາມສະຫງົບປອດໄພ100%.

ແຫຼ່ງຂ່າວໂດຍ ສົມຮັກ ຈັນທະວົງສາ
ວັນທີ 04/04/2024